ວຽກສຳຫຼວດອອກແບບ,ຈັດສັນແຫຼ່ງທ່ອງທ່ຽວ

ພະທາດປວກຕັ້ງຢູ່ເທິງໂນນພູໃນປ່າແຫ່ງໜຶ່ງ, ຕັ້ງຢູ່ລະຫ່ວາງກາງຂອງບ້ານດອນມູນ ແລະ ບ້ານເຄິ່ງ, ເຊິ່ງຕາມຕຳນານໄດ້ຂຽນວ່າ: ສ້າງຂື້ນໃນເມື່ອປີ ພສ 1538 ສະໄໝນັ້ເພິ່ນເອີ້ນວ່າ: ເມືອງຂອນໄຂ  ມີເຈົ້າຫື່ນຄອບຫານຈອມສັກ ເປັນເຈົ້າຄອງເມືອງ ( ເມືອງຄອບໃນປະຈຸບັນ) - ຄວາມເປັນມາຂອງທ່ານປວກ ຕາມການເລົ່າສືບຕໍ່ກັນມາວ່າ : ມີນົກອິນຊີສອງຜົວເມຍຄູ່ໜຶ່ງຄາບກະດູກຂອງພະເຈົ້າຕົນບຸນອົງໜຶ່ງມາແຕ່ເມືອງນາລັນທາປະເທດອິນເດຍໄດ້ບີນມາຈັບຢູ່ຕົ້ນໂພ(ຕົ້ນສະຫຼີ)ຢູ່ບ່ອນທາດປວກຕັ້ງຢູ່ປະຈຸບັນນີ້ເມື່ອມາຮອດກໍພາກັນເອົາກະດູກຄ້າງໄວ້ແທ່ງຕົ້ນໂພແລ້ວກໍຊວນກັນບິນລົງໄປກິນນ້ຳຢູ່ໜອງເຕົ່າ(ດົງໃຫຍ່ຂອງບ້ານດອນມູນ)ເມື່ອກິນອີ່ມແລ້ວນົກທັງສອງກໍໄດ້ກັບຄືນມາຫາກະດູກຢູ່ກົກໂພແລ້ວຊອກຫາກະດູກຄ້າງຢູ່ງ່າໄມ້ບໍ່ເຫັນ,ຊອກຫາທາງໃດກໍບໍ່ເຫັນ,ນົກທັງສອງຈຶ່ງໄດ້ໄປເຊີນເອົາບັນດານົກຕ່າງໆຢູ່ໃນປ່າມາຊ່ວຍຊອກ,ມີທັງນົກນ້ອຍໃຫຍ່ນັບເປັນໝື່ນເປັນແສນໂຕບິນເຈີດໄປເຈີດມາຢູ່ໃນພູແຫ່ງນັ້ນແຕ່ກໍບໍໍໍໍໍໍໍໍໍໍໍໍ່ເຫັນຫຍັງ,ມີນາຍພານຜູ້ໜຶ່ງຊື່ວ່າທ້າວມັງເປັນຄົນບ້ານດອນມູນເຄີຍໄປຊອກຫາລ່າສັດຢູ່ໃນເຂດນັ້ນໄປເຫັນແລ້ວສັງເກດເຫັນວ່ານົກຄືມີຫຼາຍແທ້ ມັນເຈີດໄປເຈີດມາສົ່ງສຽງຮ້ອງຟົດສະໜັ່ນທົ່ວປ່າບີນໄປບິນມາຈົນມືດຟ້າມົວດິນບໍ່ເຄີຍຈັກເທື່ອ,ລາວຈຶ່ງພະຍາຍາມລອບເຂົ້າໄປເບິ່ງທາງລຸ່ມ ແລະທາງເທິງກົກໄມ້ວ່າມີຫຍັງເກີດຂື້ນ.ພໍເມື່ອທ້າວມັງໄປຮອດໂນນພູແລ້ວເຫັນ ແຕ່ປວກທັງຫຼາຍພ້ອມກັນຂົນດິນເຮັດຈອມປວກ,ລາວຈຶ່ງຄ່ອຍເຂ່ຍດິນອອກແລ້ວເບິ່ງທາງໃນເຫັນກະດູກອັນໜຶ່ງປວກຫວງຫ້າມທີ່ສຸດພ້ອມກັນຂົນດິນຖົມດູກນັ້ນໂດຍໄວແລະໃຫຍ່ຂື້ນໂດຍໄວແບບມີການນຳພາແທ້ໆເມື່ອເຫັນເຫດການປະຫຼາດຄືແນວນັ້ນທ້າວມັງກໍໄດ້ກັບຄືນມາບ້ານເພື່ອນຳເອົາເຫດການດັ່ງນັ້ນໄປກາບທູນດັ່ງກ່າວນັ້ນໄປກາບທູບຕໍ່ພະຍາເຈົ້າເມືອງຂອນໄຂຢູ່ບ້ານດົງຖ້ຳທອງ(ບ້ານມ່ວງໃນປະຈຸບັນນີ້)ຈາກນັ້ນພະຍາກໍ່ແຕ່ງຕັ້ງເສນາອາມາດ3ຄົນໄປເບິ່ງກໍ່ເຫັນປວກຂົນດິນຮັດຈອມປວດສູງພຽງແອວແລ້ວແລະສຶບຕໍ່ເຮັດໄປເລື້ອຍໆໃນບໍລິເວນນັ້ນກໍ່ມີນົກຫຼາຍໝືນຫຼາຍແສນໂຕທັງນ້ອຍ ແລະ ໃຫຍ່ບິນຮ້ອງຢູ່ທີ່ນັ້ນ.






ທີ່ຕັ້ງວັດພູທອກ ເມືອງໄຊຍະບູລີ,ແຂວງໄຊຍະບູລີ

ທີ່ຕັ້ງພະທາດນາງສາມຜິວເມືອງທົ່ງມີໄຊ

ວີດີໂອກ່ຽວກັບ


Post a Comment (0)
ຖານຂໍ້ມູນສຳຄັນຕ່າງໆພາຍໃນເມືອງ / Useful Information Data of the District / 该地区的有用信息数据 / Thông tin hữu ích về dữ liệu của quận
Mountain Landscape
ສະຖານທີ່ທ່ອງທ່ຽວ
Tropical Beach
ໂຮງແຮມ-ບ້ານພັກ
City Lights
ຮ້ານອາຫານ
Forest Path
ສິນຄ້າ ODOP
Desert Dunes
ຂໍ້ມູນຂອງເມືອງ
Lake Reflection
ແຜນທີ່
Northern Lights
ບົດລາຍງານປະຈຳປີ
Sunflower Field
ແຜນພັດທະນາ